ໜ້າໃສ ຫຸ່ນເຟີມ ອົງຄະລັກຈັ່ນເຈົາ ໃນໄວ 59 ປີ

ໜ້າໃສ ຫຸ່ນເຟີມ ອົງຄະລັກຈັ່ນເຈົາ ໃນໄວ 59 ປີ
ສ່ອງຄວາມຫຼໍ່ໃສ ໃນໄວ 59 ປີ ຂອງ "ເຫີ ເຈຍຈິ້ງ" ນັກສະແດງຮົງກົງຄົນດັງ ຜູ້ຮັບບົດ "ອົງຄະລັກຈັ່ນເຈົາ" ໃນຊີຣີເລື່ອງ "ເປົາບຸ້ນຈິ້ນ"
ເຊື່ອວ່າຄົງມີຫຼາຍຄົນຍັງຈື່ຊີຣີເລື່ອງ "ເປົາບຸ້ນຈິ້ນ" ໄດ້ບໍ່ລືມ ໂດຍເນື້ອຫາເປັນເລື່ອງຂອງຂ້າລາດສະການທີ່ມີຄວາມຍຸດຕິທຳ ມີທ່ານເປົາເປັນເຈົ້າເມືອງ ມີກົງຊຸນເຊີ່ ແລະຈັ່ນເຈົາ ເປັນຜູ້ຊ່ວຍ ດ້ວຍເນື້ອຫາທີ່ສົ່ງເສີມການເຮັດຄວາມດີ ເຮັດໃຫ້ໃນຍຸກນັ້ນ (ປີ 1993) ເກືອບຈະບໍ່ມີໃຜບໍ່ຮູ້ຈັກຊີຣີເລື່ອງນີ້ເລີຍກໍວ່າໄດ້ ຈາກຄວາມໂດ່ງດັ່ງສຸດຂີດເຮັດໃຫ້ເດັກນ້ອຍ ໃນຕອນນັ້ນຢາກເກັ່ງ ແລະ ຫຼໍ່ແບບອົງຄະລັກຈັ່ນເຈົາ ເນື່ອງຈາກໃນບົດຈັ່ນເຈົາ ເກັ່ງທັງການຕໍ່ສູ່ ແລະສະຫລາດມີສະຕິປັນຍາ ຖືເປັນຜູ້ມືຂວາຂອງທ່ານເປົາບຸ້ນຈິ້ນ ແຫ່ງສານໄຄຟົງ
ມື້ນີ້ເວລາຜ່ານໄປ 20 ກວ່າປີແລ້ວ ໃຜຈະໄປເຊື່ອວ່າ "ຈັ່ນເຈົາ" ທີ່ຮັບບົດໂດຍ "ເຫີ ເຈຍຈິ້ງ" ຕອນນີ້ໜ້າຕາຍັງຫຼໍ່ ທີ່ສຳຄັນຫຸ່ນຍັງຟິດເຟີມບໍ່ແພ້ສະໄໝໜຸ່ມໆເລີຍ
ສຳລັບເບື້ອງຫຼັງຄວາມໜ້າອ່ອນ ແລະຫຸ່ນສຸດເປະ ຄົງມາຈາກການເບິ່ງແຍງໂຕເອງທັງອາຫານການກິນ ແລະການອອກກຳລັງກາຍ ໂດຍໜຸ່ມຄົນນີ້ປິດຈຸບັນຍັງຄົງລວມໂຕກັນເຕະບານກັບໝູ່ໆ ທັງຍັງເຄີຍເປັນນັກເຕະບານຂອງມະຫາວິທະຍາໄລ ແລະເຄີຍໄປຄັດໂຕເປັນນັກເຕະບານທີມຊາດຮົງກົງມາແລ້ວ ແຕ່ຜົນປາກົດວ່າບໍ່ຜ່ານການຄັດເລືອກ ຈຶ່ງໄດ້ມາເປັນນັກສະແດງ ແລະໂດ່ງດັງຈົນເຖິງປັດຈຸບັນ
ຂໍຂອບໃຈ
ຂໍ້ມູນ : Sanook!